ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ງານ​ວາງສະແດງ​ສິນຄ້າ​ຈີນ-ອາ​ຊຽນ ມີ​ການ​ເຊັນ​ສັນຍາ​ຮ່ວມ​ມື​ລົງທຶນ 470 ໂຄງການ


     ສຳນັກ​ຂ່າວ​ຊິນ​ຮວາ ລາຍ​ງານ​ວັນ​ທີ 19 ກັນຍາ ນີ້​ວ່າ: ງານ​ວາງສະແດງ​ສິນຄ້າ​ຈີນ-ອາ​ຊຽນ, ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ແລະ ການ​ລົງທຶນ​ຈີນ-ອາ​
ຊຽນ ຄັ້ງ​ທີ 20 ຈັດ​ຂຶ້ນ​ຢູ່​ນະຄອນ​ໜານ​ໜິງ ເຂດ​ປົກຄອງ​ຕົນ​ເອງ​ເຜົ່າ​ຈ້ວງ​ກວາງຊີ ​ສປ ຈີນ ອັດ​ລົງ​ດ້ວຍ​ຜົນສຳເລັດ​ຕາມ​ແຜນການ. ໃນ​ກອງ​ປະຊຸມ​ຖະ
ແຫຼງ​ຂ່າວ​ອັດ​ງານ​ວາງສະແດງ, ທ່ານ ເວີຍ​ຈ່າວ​ຫຸ່ຍ ຫົວໜ້າ​ກອງ​ເລຂາ​ງານ​ວາງສະແດງ​ສິນຄ້າ​ຈີນ-ອາ​ຊຽນ ໃຫ້​ຮູ້​ວ່າ: ງານ​ຄັ້ງ​ນີ້​ ໄດ້​ເຊັນ​ສັນຍາ​ຮ່ວມ​ມື​
ດ້ານ​ການ​ລົງທຶນ 470 ໂຄງການ, ຍອດ​ມູນ​ຄ່າ​ການ​ລົງທຶນ​ມີ​ເຖິງ 487,3 ຕື້​ຢວນ, ເພີ່ມ​ຂຶ້ນ 18% ເມື່ອ​ທຽບໃສ່​ຄັ້ງ​ຜ່ານ​ມາ. ບຣູ​ໄນ​ໄດ້​ເຊັນ​ສັນຍາ​ຈັດ
​ຊື້​ເຮືອບິນ​ໃຫຍ່ 30 ລຳ​ທີ່​ຜະລິດ​ໂດຍ ​ສປ ຈີນ ເຊິ່ງ​ມີ​ມູນ​ຄ່າ​ຫຼາຍ​ກວ່າ 2 ຕື້​ໂດ​ລາ, ເປັນ​ໃບ​ສັ່ງ​ຊື້​ສິນຄ້າ​ໃຫຍ່​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ງານ​ວາງສະແດງ
​ສິນຄ້າ​ຈີນ-ອາ​ຊຽນ. ງານ​ວາງສະແດງ​ສິນຄ້າ​ຄັ້ງ​ນີ້, ລວມ​ມີ​ວິ​ສາ​ຫະ​ກິດ 1.953 ແຫ່ງ​ຈາກ 46 ປະເທດ​ເຂົ້າ​ຮ່ວມ, ເພີ່ມ​ຂຶ້ນ 18,2% ເມື່ອ​ທຽບໃສ່​ຄັ້ງ​
ຜ່ານ​ມາ, ໃນ​ນັ້ນ ວິ​ສາ​ຫະ​ກິດ​ຕ່າງປະເທດ​ມີ 738 ແຫ່ງ, ເປັນ​ວິ​ສາ​ຫະ​ກິດ​ຂອງ​ປະເທດ​ສະມາຊິກ​ອາ​ຊຽນ 644 ແຫ່ງ. ອີງ​ຕາມ​ແຫຼ່ງ​ຂ່າວ​ເບື້ອງ​ຕົ້ນ​
ໃຫ້​ຮູ້​ວ່າ: ງານ​ວາງສະແດງ​ສິນຄ້າ​ຈີນ-ອາ​ຊຽນ ແລະ ກອງ​ປະຊຸມ​ສຸດ​ຍອດ​ການ​ຄ້າ ແລະ ການ​ລົງທຶນ​ຈີນ-ອາ​ຊຽນ ຄັ້ງ​ທີ 21 ຈະ​ຈັດ​ຂຶ້ນ​ຢູ່​ນະຄອນ​ເຈີ້ງ
​ໂຈ່ວ​ແຂວງ​ເຫີ​ນານ​ຈີນ​ລະຫວ່າງ​ວັນ ​ທີ 23-27 ກັນຍາ 2024.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/09/2023